ຄວາມຄືບໜ້າທີ່ໜ້າຕື່ນເຕັ້ນ ໃນການສຶກສາດ້ານການທ່ອງທ່ຽວແບບຍືນຍົງ
ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດກອງປະຊຸມທາງວິຊາການ ເພື່ອສະຫຼຸບການພັດທະນາ ລາຍວິຊາທີ 4 – ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (Environmental Impact Assessment – EIA), ເຊິ່ງເປັນການຮ່ວມມືພັດທະນາກັບ ມະຫາວິທະຍາໄລແຫ່ງຊາດລາວ!
ຫຼັກສູດທີ່ຄົບຖ້ວນນີ້ ໄດ້ຖືກອອກແບບມາເພື່ອປະກອບຄວາມຮູ້ ແລະ ທັກສະທີ່ຈໍາເປັນໃຫ້ແກ່ນັກສຶກສາ ເພື່ອຊຸກຍູ້ການປະຕິບັດແບບຍືນຍົງໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ. ໂດຍລາຍວິຊານີ້ປະກອບມີ 5 ບົດຮຽນຫຼັກ ຄື:
📌 ບົດທີ 1: ບົດນຳກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA)
📌 ບົດທີ 2: ແນວຄວາມຄິດທາງເລືອກຂອງ EIA
📌 ບົດທີ 3: ຄຸນລັກສະນະທາງດ້ານສິ່ງແວດລ້ອມ
📌 ບົດທີ 4: ການຄຸ້ມຄອງສິ່ງແວດລ້ອມ, ການຕິດຕາມຜົນ ແລະ ການກວດກາ
📌 ບົດທີ 5: ການນຳໃຊ້ EIA ເຂົ້າໃນພາກປະຕິບັດຕົວຈິງ ໃນຂະແໜງການບໍລິການ ແລະ ການທ່ອງທ່ຽວ
ພວກເຮົາພ້ອມແລ້ວທີ່ຈະຮ່ວມມືກັນ ເພື່ອຊຸກຍູ້ການທ່ອງທ່ຽວແບບປອດຂີ້ເຫຍື້ອ (Zero-Waste Tourism) ແລະ ສ້າງຈິດສຳນຶກດ້ານຄວາມຍືນຍົງໃຫ້ແກ່ອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ. 💚
ຂໍຂອບໃຈຢ່າງສູງມາຍັງທີມງານວິຊາການຈາກທັງສອງມະຫາວິທະຍາໄລ ສຳລັບຄວາມທຸ່ມເທ ແລະ ຄວາມພະຍາຍາມຢ່າງໜັກ ເພື່ອເຮັດໃຫ້ການຮ່ວມມືໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ!
