ກ່ຽວກັບໂຄງການ Tourism-Zero

ໂຄງການ Tourism-Zero ເປັນໂຄງການຮ່ວມມືລະດັບນານາຊາດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການ Erasmus+ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການສຶກສາຊັ້ນສູງ, ເຊິ່ງມີໄລຍະຈັດຕັ້ງປະຕິບັດທັງໝົດ 3 ປີ ໂດຍມີ ສະຖາບັນການສຶກສາຊັ້ນສູງ ແລະ ອົງການຈັດຕັ້ງຕ່າງໆຈາກປະເທດໄທ, ສປປ ລາວ, ສປ ຈີນ, ເກຣັກ ແລະ ແອັດສະປາຍ ເປັນຄູ່ຮ່ວມມືໃນໂຄງການດັ່ງກ່າວນີ້.

ໂຄງການມີເປົ້າໝາຍສະໜັບສະໜູນສະຖາບັນການສຶກສາຊັ້ນສູງ 2 ແຫ່ງ ຢູ່ປະເທດໄທ (ມະຫາວິທະຍາໄລຊຽງໃໝ່, ມະຫາວິທະຍາໄລສົງຂານະຄະລິນ), 2 ແຫ່ງ ຢູ່ ສປ ຈີນ (ມະຫາວິທະຍາໄລເຊິງຕູ່, ມະຫາວິທະຍາໄລຢູນນານ), ແລະ 2 ແຫ່ງ ຢູ່ ສປປ ລາວ (ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ) ຍົກລະດັບຄຸນະພາບ ແລະ ຄວາມສອດຄ່ອງຂອງຫຼັກສູດການສຶກສາ ເພື່ອໃຫ້ສາມາດຮັບມືກັບສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານເພື່ອຮັບປະການຈັດການດ້ານການທ່ອງທ່ຽວແບບຍືນຍົງ ຫຼື ການຈັດການສິ່ງເສດເຫຼືອໃຫ້ເປັນສູນໃນຂະແໜງການທ່ອງທ່ຽວ.

Our Vision

“A future where travel is synonymous with sustainability, culture, and responsible exploration.”

ຈຸດປະສົງຂອງໂຄງການ Tourism-Zero

ປະເມີນແນວທາງການຈັດຕັ້ງປະຕິບັດ, ຄວາມຕ້ອງການ, ຊ່ອງຫວ່າງດ້ານຄວາມຮູ້ ແລະ ທັກສະ ກ່ຽວກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ

ພັດທະນາວິຊາສອນທີ່ກ່ຽວຂ້ອງກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນ ເພື່ອການດໍາເນີນທຸລະກິດການທ່ອງທ່ຽວແບບຍືນຍົງ

ເສີມສ້າງທັກສະຂອງອາຈານສອນ ກ່ຽວກັບການຈັດການສິ່ງເສດເຫຼືອເປັນສູນ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ

ຍົກລະດັບທັກສະຂອງນັກສຶກສາທີ່ຈະເປັນກໍາລັງແຮງງານໃນອະນາຄົດ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມສາມາດໃນການຈັດການສິ່ງເສດເຫຼືອກເປັນສູນ

ສົ່ງເສີມການຍົກລະດັບ/ພັດທະນາທັກສະການເຮັດວຽກຂອງກໍາລັງແຮງງານໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການຈັດການສິ່ງເສດເຫຼືອໃນຍຸກໃໝ່

ຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງການປະຕິບັດ ແລະ ອາຊີບ ທີ່ກ່ຽວຂ້ອງກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ

ປັບປຸງຫຼັກສູດການສຶກສາ ພາຍໃນພາກວິຊາການທ່ອງທ່ຽວ ແລະ ການບໍລິການ (ລວມທັງພາກວິຊາອື່ນໆທີ່ກ່ຽວຂ້ອງ) ຢູ່ໃນສະຖາບັນການສຶກສາຊັ້ນສູງ ໃຫ້ມີຄວາມທັນສະໄໝ ແລະ ເນັ້ນໜັກດ້ານນະວັດຕະກໍາໃນການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ.

ຂັ້ນຕອນການດໍາເນີນໂຄງການ

ຕະຫຼອດໄລຍະເວລາ 3 ປີ ຂອງການດໍາເນີນໂຄງການ Tourism-Zero, ຄະນະຮັບຜິດຊອບໂຄງການຈະດໍາເນີນການຕາມແຕ່ລະຂັ້ນຕອນຢ່າງຊັດເຈນເພື່ອໃຫ້ບັນລຸຈຸດປະສົງຂອງໂຄງການ ແລະ ສົ່ງເສີມການປະຕິບັດການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ, ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້.

ການປະເມີນຄວາມຕ້ອງການດ້ານຄວາມຮູ້ ແລະ ທັກສະ ສໍາລັບການຈັດການສິ່ງເສດເຫຼືອໃຫ້ເປັນສູນ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ
ການພັດທະນາວິຊາສອນກ່ຽວກັບການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ ແລະ ຫຼັກສູດຝຶກອົບຮົມສໍາລັບອາຈານສອນ

ທົດລອງສອນວິຊາກ່ຽວກັບການທ່ອງທ່ຽວທີ່ຫຼຸດຜ່ອນສິ່ງເສດເຫຼືອເປັນສູນ (Zero-Waste Tourism )

Facebook
X (Twitter)
LinkedIn
Scroll to Top