1 ປີ ແຫ່ງການດໍາເນີນໂຄງການ Tourism-Zero: ທົບທວນຄືນ, ວາງແຜນ ແລະ ດໍາເນີນງານ

ເວລາຊ່າງຜ່ານໄປໄວແທ້!! ໂຄງການ Tourism-Zero ໄດ້ຮັບການຈັດຕັ້ງປະຕິບັດຄົບຮອບ 1 ປິ ພໍດີ. ເພື່ອສ້າງຂີດໝາຍແຫ່ງຜົນສໍາເລັດດັ່ງກ່າວ, ຄະນະຮັບຜິດຊອບຊີ້ນໍາໂຄງການຈຶ່ງໄດ້ຈັດກອງປະຊຸມ ທີ່ ມະຫາວິທະຍາໄລຮາໂຣໂຄປິໂອແຫ່ງເອເທັນສ໌, ປະເທດເກຣັກ, ໂດຍມີຕາງໜ້າຂອງຄະນະຮັບຜິດຊອບຈາກແຕ່ລະພາກສະຖາບັນທີ່ເປັນສະມາຊິກຂອງໂຄງການເຂົ້າຮ່ວມ. ພາຍໃນກອງປະຊຸມດັ່ງກ່າວ ໄດ້ສົນທະນາແລກປ່ຽນ ແລະ ທົບທວນຄືນຜົນສໍາເລັດ, ສິ່ງທ້າທາຍ ແລະ ຮ່ວມກັນວາງແຜນສືບຕໍ່ການດໍາເນີນໂຄງການໄລຍະປີທີ 2, ພ້ອມທັງການຈັດແຜນການດໍາເນີນຫຼັກສູດໃນປິຕໍ່ໄປ.

ພ້ອມກັນນີ້, ກອງປະຊຸມ ຍັງໃຫ້ຄວາມສໍາຄັນໃນການສືບຕໍ່ບໍລິຫານຈັດການໂຄງການໃຫ້ມີຄວາມຄ່ອງຕົວ ແລະ ປຶກສາລົງເລິກກ່ຽວກຸ່ມວຽກດັ່ງລຸ່ມນີ້:

• ກຸ່ມວຽກທີ 1: ສ້າງຄວາມເຂັ້ມແຂງດ້ານການປະສານງານ ແລະ ບໍລິຫານໂຄງການ

• ກຸ່ມວຽກທີ 3: ພັດທະນາຫຼັກສູດການທ່ອງທ່ຽວແບບສິ່ງເສດເຫຼືອເປັນສູນ ແລະ ຫຼັກສູດຝຶກອົບຮົມໃຫ້ແກ່ຄູອາຈານ

• ກຸ່ມວຽກທີ 5: ການປະຊາສໍາພັນຂໍ້ມູນຂ່າວສານຂອງໂຄງການ ແລະ ປູກຈິດສໍານຶກກ່ຽວກັບການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ

ພາຍໃຕ້ການເອົາໃຈໃສ່ຢ່າງຕັ້ງໜ້າຂອງທຸກພາກສ່ວນ, ພວກເຮົາຄາດວ່າຈະໄດ້ຮັບໝາກຜົນທີ່ເປັນຮູບປະທໍາຍິ່ງຂຶ້ນໃນໄລຍະປີທີ 2 ຂອງການດໍາເນີນໂຄງການ, ໄປພ້ອມກັບການຂັບເຄື່ອນອະນາຄົດແຫ່ງຄວາມຍືນຍົງ ແລະ ການທ່ອງທ່ຽວແບບສິ່ງເສດເຫຼືອເປັນສູນ ຜ່ານການສຶກສາ ແລະ ການຮ່ວມມື ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ.

Facebook
X (Twitter)
LinkedIn
Scroll to Top