ຄູ່ຮ່ວມມືໃນໂຄງການ Tourism Zero

ມະຫາວິທະຍາໄລຊຽງໃໝ່ (CMU)

ມະຫາວິທະຍາໄລຊຽງໃໝ່ ແມ່ນໜຶ່ງໃນສະຖາບັນການສຶກສາຊັ້ນສູງທີ່ເກົ່າແກ່ທີ່ສຸດຂອງປະເທດ ທີ່ຕັ້ງຢູ່ພາກເໜືອຂອງປະເທດໄທ. ມະຫາວິທະຍາໄລຊຽງໃໝ່ ເປີດການຮຽນການສອນໃນຫຼາກຫຼາຍສາຂາວິຊາເຊັ່ນ: ທຸລະກິດ, ວິສະວະກໍາສາດ, ແພດສາດ ແລະ ວິທະຍາສາດສັງຄົມ. ປັດຈຸບັນ, ມະຫາວິທະຍາໄລຊຽງໃໝ່ ເປີດສອນຫຼັກສູດລະດັບປະລິນຍາຕີ ຈໍານວນ 2 ຫຼັກສູດທີ່ກ່ຽວກັບການຈັດການ ການທ່ອງທ່ຽວ ແລະ ການບໍລິການ ຄື: ພາກວິຊາການທ່ອງທ່ຽວ, ຄະນະມະນຸດສາດ, ເປີດສອນຫຼັກສູດລະດັບປະລິນຍາຕີທີ່ຄວມຄຸມດ້ານການທ່ອງທ່ຽວ ແລະ ການບໍລິການ, ແລະ ວິທະຍາໄລສິລະປະ, ສື່ສານມວນຊົນ ແລະ ເຕັກໂນໂລຊີ ເປີດສອນຫຼັກສູດການຈັດການແບບທັນສະໄໝ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ເຊື່ອມສານຄວາມຮູ້ດ້ານໄອທີ ເຂົ້າໃນການບໍລິຫານອົງກອນພາກທຸລະກິດ ແລະ ກວມເອົາວິຊາເລືອກຕ່າງໆທີ່ກ່ຽວຂ້ອງກັບການຈັດການການທ່ອງທ່ຽວ. ນອກຈາກນີ້, ໂຮງຮຽນເພື່ອການສຶກສາຕະຫຼອດຊີວິດ ຍັງໄດ້ສົ່ງເສີມຄວາມອາດສາມາດຂອງບຸກຄົນຕ່າງໆ ໂດຍເປີດສອນຫຼັກສູດການສຶກສາທີ່ມີຄວາມຍືດຢຸ່ນ ແລະ ປັບໃຫ້ເຂົ້າກັບຄວາມຕ້ອງການຂອງຜູ້ຮຽນ ເຮັດໃຫ້ເຂົາເຈົ້າສາມາດຮຽນຮູ້ ແລະ ພັດທະນາຕົນເອງໄດ້ຢ່າງຕໍ່ເນື່ອງ. ມະຫາວິທະຍາໄລຊຽງໃໝ່ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບສະພາການທ່ອງທ່ຽວແຂວງຊຽງໃໝ່ ເຊິ່ງເປັນໂອກາດທີ່ສໍາຄັນສໍາລັບມະຫາວິທະຍາໄລທີ່ຈະລິເລີ່ມໂຄງການສ້າງຄວາມເຂັ້ມແຂງດ້ານການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ. ຄວາມພະຍາຍາມດັ່ງກ່າວນີ້ຍັງໄດ້ຮັບການສະໜັບສະໜູນຈາກສູນການຈັດການຊີວະມວນແບບປະສົມປະສານ ຂອງ ມະຫາວິທະຍາໄລຊຽງໃໝ່.

ມະຫາວິທະຍາໄລສົງຂານະຄະລິນ (PSU)

ມະຫາວິທະຍາໄລສົງຂານະຄະລິນ ເປັນມະຫາວິທະຍາໄລຂະໜາດໃຫຍ່ທີ່ເປີດສອນຫຼາກຫຼາຍສາຂາວິຊາ ແລະ ມີ 5ວິທະຍາເຂດຕັ້ງຢູ່ທົ່ວພາກໃຕ້ຂອງປະເທດໄທ, ເຊິ່ງວິທະຍາເຂດຫຼັກແມ່ນຢູ່ຫາດໃຫຍ່. ມະຫາວິທະຍາໄລສົງຂານະຄະລິນ ເປັນມະຫາວິທະຍາໄລຊັ້ນນໍາຂອງລັດ ທີ່ມຸ້ງໝັ້ນໃນຄວາມເປັນເລີດດ້ານວິຊາການ, ການຄົ້ນຄວ້າ ແລະ ນະວັດຕະກໍາ, ແລະ ເປັນໜຶ່ງໃນ 9 ມະຫາວິທະຍາໄລແຫ່ງຊາດທີ່ເນັ້ນໜັການຄົ້ນຄວ້າ. ຄະນະການບໍລິການ ແລະການທ່ອງທ່ຽວ ເປີດສອນຫຼັກສູດນານາຊາດດ້ານການຈັດການທ່ອງທ່ຽວ ແລະ ການບໍລິການ ເພື່ອສົ່ງເສີມການພັດທະນາອຸດສະຫາກໍາການທ່ອງທ່ຽວຂອງປະເທດ. ປັດຈຸບັນ, ມີນັກສຶກສາຫຼາຍກວ່າ 2,700 ຄົນ ທີ່ຈົບຈາກຄະນະວິຊາດັ່ງກ່າວ ແລະ ປະກອບສ່ວນເຂົ້າໃນຫຼາຍໂຄງການຂອງລັດຖະບານ ແລະ ພາກອຸດສະຫາກໍາທີ່ສໍາຄັນເຊັ່ນ: ໂຄງການ Phuket UNESCO City of Gastronomy ແລະ ເປີດໂຄງການ Phuket Sandbox Scheme ເພື່ອເປີດຈຸດໝາຍປາຍທາງການທ່ອງທ່ຽວຄືນໃໝ່ຫຼັງຈາກການລະບາດຂອງພະຍາດ COVID-19.

ມະຫາວິທະຍາໄລແຫ່ງຊາດ (NUOL)

ມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາທີ່ເກົ່າແກ່ທີ່ສຸດ ຢູ່ ສປປ ລາວ ແລະ ນໍາໜ້າດ້ານການສຶກສາ, ເຊິ່ງມີນັກສຶກສາຈໍານວນຫຼວງຫຼາຍເຂົ້າຮຽນໃນສາຂາວິຊາການບໍລິຫານທຸລະກິດ ແລະ ການພັດທະນາການທ່ອງທ່ຽວ, ໂດຍສະເພາະໃນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ມະຫາວິທະຍາໄລແຫງຊາດ ມີບົດບາດສໍາຄັນໃນການພັດທະນາທັກສະທີ່ກ່ຽວຂ້ອງກັບການພັດທະນາການທ່ອງທ່ຽວ ຜ່ານການຮຽນໃນວິຊາທີ່ກ່ຽວຂ້ອງ, ການຝຶກອົບຮົມ, ສໍາມະນາ, ກອງປະຊຸມວິຊາການ ແລະ ກິດຈະກໍານັດພົບແຮງງານ ທີ່ສົ່ງເສີມການມີວຽກເຮັດງານທໍາຂອງນັກສຶກສາ.

ມະຫາວິທະຍາສະຫວັນນະເຂດ (SKU)

ມະຫາວິທະຍາໄລສະຫວັນນະເຂດ ມີຄວາມມຸ້ງໝັ້ນສະໜອງການສຶກສາຕາມແຜນຍຸດທະສາດການພັດທະນາຂອງ 3 ແຂວງ (ສະຫວັນນະເຂດ, ຄໍາມ່ວນ ແລະ ບໍລິຄໍາໄຊ) ແລະ ການເຂົ້າເຖິງການສຶກສາຊັ້ນສູງຢ່າງເທົ່າທຽມໃນເຂດຕົວເມືອງ ແລະ ຊົນນະບົດ, ໂດຍສະເພາະນັກສຶກສາຜູ້ທີ່ດ້ອຍໂອກາດ ແລະ ຢູ່ເຂດຫ່າງໄກ. ມະຫາວິທະຍາໄລສະຫວັນນະເຂດ ເປີດສອນຫຼັກສູດລະດັບປະລິນຍາຕີໃນສາຂາວິຊາການຈັດການທ່ອງທ່ຽວ ແລະ ການບໍລິການ, ໂດຍມີເປົ້າໝາຍພັດທະນາທັກສະ ແລະ ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ໃນບັນດາແຂວງພາກກາງຂອງ ສປປ ລາວ.

ມະຫາວິທະຍາໄລຢູນນານ (YNU)

ມະຫາວິທະຍາໄລຢູນນານາ ເປັນມະຫາວິທະຍາໄລແຫ່ງຊາດທີ່ສໍາຄັນ. ໃນປີ 2023, ມະຫາວິທະຍາໄລປະກອບມີ ໂຮງຮຽນ ຈໍານວນ 10 ແຫ່ງ, ສະຖາບັນຄົ້ນຄ້ວາວິທະຍາສາດ ຈໍານວນ 10 ແຫ່ງ, ໂຮງໝໍ ຈໍານວນ 1 ແຫ່ງ, ບັນດິດວິທະຍາໄລ ຈໍານວນ 1 ແຫ່ງ ແລະ ເປີດສອນຫຼັກສູດລະດັບປະລິນຍາຕີທັງໝົດ 84 ຫຼັກສູດ ທີ່ກວມເອົາ 11 ສາຂາວິຊາ ເຊັ່ນ: ວັນນະຄະດີ, ປະຫວັດສາດ, ປັດຊະຍາ, ເສດຖະສາດ, ການບໍລິຫານຈັດການ, ກົດໝາຍ, ວິທະຍາສາດ, ວິສະວະກໍາສາດ, ກະເສດສາດ, ສຶກສາສາດ ແລະ ສິລະປະ. ປັດຈຸບັນ, ມະຫາວິທະຍາໄລຢູນນານ ມີຫຼັກສູດລະດັບປະລິນຍາຕີ ຈໍານວນ 5 ຫຼັກສູດ ແລະ ຫຼັກສູດປະລິນຍາໂທ ຈໍານວນ 3 ຫຼັກສູດ ທີ່ກ່ຽວກັບການຈັດການການທ່ອງທ່ຽວ ແລະ ການບໍລິການ ເຊິ່ງເປີດສອນຢູ່ໃນ ພາກວິຊາການຈັດການການທ່ອງທ່ຽວ ແລະ ພາກວິຊາວິທະຍາສາດການຈັດການ.

ມະຫາວິທະຍາໄລເຊິງຕູ່ (CDU)

ມະຫາວິທະຍາໄລເຊິງຕູ່ ເປັນມະຫາວິທະຍາໄລທີ່ມີຄວາມສໍາຄັນ ຢູ່ເມືອງເຊິງຕູ່ ແຂວງເສສວນ. ມະຫາວິທະຍາໄລເຊິງຕູ່ ເປີດການຮຽນ-ການສອນໃນ 10 ສາຂາວິຊາຄື: ສິລະປະ, ວັນນະຄະດີ, ການບໍລິຫານຈັດການ, ສຶກສາສາດ, ເສດຖະສາດ, ກົດໝາຍ, ວິສະວະກໍາສາດ, ແພດສາດ, ວິທະຍາສາດ ແລະ ກະເສດສາດ. ມີຫຼັກສູດລະດັບປະລິນຍາຕີ ຈໍານວນ 72 ຫຼັກສູດ ແລະ ຫຼັກສູດວິຊາສະເພາະລະດັບປະລິນຍາໂທ ຈໍານວນ 9 ຫຼັກສູດ ແລະ ຫຼັກສູດວິຊາຊີບລະດັບປະລິນຍາໂທ ຈໍານວນ 16 ຫຼັກສູດ. ຄະນະອຸດສະຫະກໍາການທ່ອງທ່ຽວ ແລະ ວັດທະນະທໍາ ເປັນໜຶ່ງໃນບັນດາຄະນະວິຊາແຫ່ງທໍາອິດຢູ່ແຂວງເສສວນ ທີ່ມີຄວາມເປັນເລີດດ້ານການສິດສອນ, ການຄົ້ນຄວ້າ ແລະ ມີຄວາມເຂັ້ມແຂງໃນການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸກລະກິດ. ຄະນະວິຊາດັ່ງກ່າວເປີດສອນຫຼັກສູດລະດັບປະລິນຍາຕີ ຈໍານວນ 4 ຫຼັກສູດ (ການຈັດການການທ່ອງທ່ຽວ, ການຈັດການການບໍລິການ, ການຈັດການ MICE ແລະ ເສດຖະສາດ ແລະ ການຈັດການວັດທະນະທໍາ) ແລະ ຫຼັກສູດລະດັບປະລິນຍາໂທສາຂາການບໍລິຫານທຸລະກິດດ້ານການທ່ອງທ່ຽວ ຈໍານວນ 1 ຫຼັກສູດ. ມະຫາວິທະຍາໄລເຊິງຕູ່ ໄດ້ສ້າງທີມນັກຄົ້ນຄວ້າສະຫາວິຊາທີ່ມີຄວາມເຂັ້ມແຂງໃນດ້ານການສອນ ແລະ ການຄົ້ນຄວ້າວິໄຈ ເຊັ່ນ: ເຕັກໂນໂລຊີຫຼຸດຜ່ອນອາຍກາສ໌ໂບນິກ ແລະ ການພັດທະນາແບບຍືນຍົງ, ການວາງແຜນ ແລະ ການຈັດການແຫຼ່ງທ່ອງທ່ຽວ, ການຈັດສັນພື້ທີ່ ແລະ ການນໍາໃຊ້ຊັບພະຍາກອນຕ່າງໆ.

ມະຫາວິທະຍາໄລມູນນິທິບັສເມດ (UVIC)

ມະຫາວິທະຍາໄລມູນນິທິບັສເມດ ມີເປົ້າໝາຍໃນການປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ພັດທະນາເຕັກໂນໂລຊີ ໃນບັນດາບໍລິສັດຕ່າງໆ ຜ່ານການຄົ້ນຄວ້າວິໄຈ ແລະ ພັດທະນາ ຂອງສູນເຕັກໂນໂລຊີເພື່ອຊີວະນານາພັນ, ລະບົບນິເວດ ແລະ ເຕັກໂນໂລຊີ (Technology Centre for Biodiversity, Ecology and Environmental Technology (BETA)) ທີ່ດໍາເນີນໂຄງການຄົ້ນຄວ້າໃນລະດັບທ້ອງຖີ່ນ, ລະດັບລັດ, ລະດັບພາກພື້ນເອີຣົບ ແລະ ລະດັບນານາຊາດ ໂດຍການພັດທະນາ ແລະ ຖ່າຍທອດ ເຕັກໂນໂລຊີນະວັດຕະກໍາ ແລະ ສາມາດແຂ່ງຂັນ ເຊິ່ງມີມາດຕະເກນທີ່ຍືນຍົງໃນຂະແໜງການອາຫານ, ສິ່ງເສດເຫຼືອ ແລະ ສິ່ງແວດລ້ອມ. BETA TC ເປັນທີມງານທີ່ມີຄວາມສາມາດຮອບດ້ານ ແລະ ສາມາດເຊື່ອມໂຍງກັນໄດ້ ເຊິ່ງໄດ້ວາງໂຄງສ້າງໄວ້ໃນ 5 ຂົງເຂດຍຸດທະສາດຄື: (i) ເຕັກໂນໂລຊີສິ່ງແວດລ້ອມ ແລະ ຊີວະເສດຖະກິດແບບໝູນວຽນ, (ii) ນິເວດວິທະຍາແບບປະຍຸກ ແລະ ການປ່ຽນແປງຂອງໂລກ, (iii) ການຈັດການດີນ ແລະ ສານອາຫານ, (iv) ການບັນຊີ ແລະ ການເພີ່ມປະສິດຕິພາບຄວາມຍືນຍົງ, ແລະ (v) ການຄຸ້ມຄອງຄວາມຍືນຍົງ. BETA TC ມຸ້ງໝັ້ນໃນວຽກງານວິຊາການດັ່ງຕໍ່ໄປນີ້: (1) ການພັດທະນາເຕັກໂນໂລຊີນະວັດຕະກໍາ ແລະ ຄວາມຍືນຍົງ ເພື່ອສ້າງມູນຄ່າໃຫ້ກັບສິ່ງເສດເຫຼືອ, ໝູນໃຊ້ວັດຖຸຄືນໃໝ່ ແລະ ເພີ່ມມູນຄ່າໃຫ້ກັບສິນຄ້າ, (2) ການປະເມີນຄວາມຍືນຍົງ (ວິທີການປະເມີນແບບວົງຈອນຊີວິດ (Cycle Assessment methodology), LCC, Social-LCA, ການປະເມີນຜົນກະທົບດ້ານສິ່ງແວດລ້ອມຂອງຜະລິດຕະພັນ, ແລະ ອື່ນໆ) ແລະ (3) ການປະເມີນຜົນກະທົບດ້ານລະບົບນິເວດທີ່ກ່ຽວຂ້ອງກັບປັດໄຈຄວາມກົດດັນຕ່າງໆ ແລະ ຂໍ້ສະເໜີການຫຼຸດຜ່ອນຜົນກະທົບ ແລະ ຍຸດທະສາດການອະນຸລັກ. ໃນໄລຍະຜ່ານມາ, BETA TC ໄດ້ມີສ່ວນໃນຫຼາຍໂຄງການຄົ້ນຄວ້າວິໄຈ, ພັດທະນາ ແລະ ນະວັດຕະກໍາ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫາພາບເອີຣົບ ແລະ ກິດຈະກໍາຕ່າງໆທີ່ພົວພັນເຖິງການຖ່າຍໂອນຄວາມຮູ້ໄປຍັງບັນດາບໍລິສັດເອກະຊົນ ແລະ ການບໍລິຫານຂອງພາກລັດໃນຂະແໜງເຕັກໂນໂລຊີສິ່ງແວດລ້ອມ ແລະ ການປະເມີນຄວາມຍືນຍົງ.

ມະຫາວິທະຍາໄລຮາໂຣໂກປີໂອແຫ່ງເອເທັນ (HUA)

ມະຫາວິທະຍາໄລຮາໂຣໂກປີໂອແຫ່ງເອເທັນ (HUA) ເປັນສະຖາບັນການສຶກສາຊັ້ນສູງຂອງລັດທີ່ຕັ້ງຢູ່ ນະຄອນຫຼວງເອເທັນ, ປະເທດເກຣັກ, ເຊິ່ງເປັນມະຫາວິທະຍາໄລທີ່ມີຄວາມເຂັ້ມແຂງໃນການຄົ້ນຄວ້າວິທະຍາສາດ ແລະ ການສອນໃນຫຼາຍສາຂາວິຊາເຊັ່ນ: ເສດຖະສາດ ແລະ ການພັດທະນາແບບຍືນຍົງ, ພູມສາດ, ວິທະຍາສາດໂພສະນາການ ແລະ ການຄວມຄຸມອາຫານ, ແລະ ວິທະຍາສາດຄອມພີວເຕີ ແລະ ຄົມມະນາຄົມ, ເຊິ່ງກວມເອົາການສຶກສາທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ແລະ ຄວາມຍືນຍົງ ໃນລະດັບທີ່ແຕກຕ່າງກັນແຕ່ໜ້ອຍຫາຫຼາຍ. ພາລະກິດຂອງ ພາກວິຊາເສດຖະສາດ ແລະ ການພັດທະນາແບບຍືນຍົງ ແມ່ນສົ່ງເສີມຄວາມຮູ້ດ້ານວິທະຍາສາດ ແລະ ການຄົ້ນຄວ້າວິໄຈໃນສາຂາວິຊາທີ່ກ່ຽວຂ້ອງກັບເສດຖະກິດ ແລະ ຄວາມຍືນຍົງ, ການທ່ອງທ່ຽວ ແລະ ການຈັດການສິ່ງເສດເຫຼືອ. ທີມງານນັກວິຊາການຈາກ HUA ໄດ້ສະແດງໃຫ້ເຫັນຫຼາຍແງ່ມຸມ ແລະ ວິທີການກ່ຽວກັບເສດຖະສາດສິ່ງແວດລ້ອມ ແລະ ສິ່ງທ້າທາຍໃນການຈັດການສິ່ງເສດເຫຼືອ. ການຮ່ວມມືແບບສະຫະວິຊາຂອງເຂົາເຈົ້າ ປະສົມປະສານຫຼັກການດ້ານເສດຖະສາດເຂົ້າກັບຍຸດທະສາດການຫຼຸດຜ່ອນສິ່ງເສດເຫຼືອຢ່າງມີນະວັດຕະກໍາ, ໂດຍເນັ້ນໃສ່ການເຊື່ອມສານການປະຕິບັດຢ່າງຍືນຍົງໃນບໍລິບົດທ້ອງຖິ່ນ ແລະ ລະດັບໂລກ.

ສະມາຄົມໂຮງແຮມໄທ ໃນພາກໃຕ້ (THA-SC)

ສະມາຄົມໂຮງແຮມໄທ ໃນພາກໃຕ້ (THA) ສ້າງຂື້ນເພື່ອສ້າງມາດຕະຖານທີ່ເປັນໜຶ່ງດຽວ, ສູນຂໍ້ມູນຂ່າວສານ ແລະ ສ້າງເຄືອຂ່າຍໂຮງແຮມໃນທົວປະເທດ. THA-SC ສຸມໃສ່ການແບ່ງປັນຂໍ້ມູນຂ່າວສານ, ແນວທາງການປະຕິບັດທີ່ດີທີ່ສຸດ ແລະ ຂໍ້ມູນການທ່ອງທ່ຽວ ໃຫ້ແກ່ບັນດາໂຮງແຮມທີ່ເປັນສະມາຊິກ ແລະ ດໍາເນີນການໃນນາມຕາງໜ້າໂຮງແຮມກ່ຽວວຽກງານ ແລະ ແກ້ໄຂປະເດັນບັນຫາຕ່າງໆທີ່ສະມາຊິກອາດຈະປະເຊີນຢູ່. ນອກຈາກນີ້, THA-SC ຍັງເປັນຕົວແທນໃຫ້ແກ່ບັນດາໂຮງແຮມຕ່າງໆໃນການປະສານງານກັບພາກລັດ. ສະມາຄົມດັ່ງກ່າວຍັງສົ່ງເສີມການຈັດຝຶກອົບຮົມສໍາມະນາວິຊາການໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບທຸລະກິດໂຮງແຮມ ແລະ ອຸດສະຫາກໍາການທ່ອງທ່ຽວ ແລະ ຮ່ວມມືກັບໜ່ວຍງານຂອງລັດຖະບານໃນການກະກຽມຄໍາແນະນໍາດ້ານນະໂຍບາຍ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ສົ່ງຜົນກະທົບຕໍ່ທຸລະກິດໂຮງແຮມ ແລະ ອຸດສະຫາກໍາການທ່ອງທ່ຽວ.

ອົງກອນ Symplexis

Symplexis ແມ່ນອົງການທີ່ບໍ່ຂື້ນກັບລັດຖະບານ ທີ່ຊ່ຽວຊານດ້ານການເຊື່ອມໂຍງສັງຄົມ ເພື່ອຜົນປະໂຫຍດສໍາລັບກຸ່ມຄົນທີ່ມີຄວາມສ່ຽງ, ເປັນອົງການທີ່ປະສົບການຍາວນານໃນການຈັດຕັ້ງປະຕິບັດໂຄງການຮ່ວມມືລະດັບນານາຊາດ, ເຊິ່ງກວມເອົາວຽກໃຫ້ຄໍາປຶກສາ, ການຄົ້ນຄວ້າວິໄຈ ແລະ ວິເຄາະຄວາມຕ້ອງການ, ສ້າງຄວາມຮັບຮູ້, ການຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງ. Symplexis ຍັງມີປະສົບການຢ່າງກວ້າງຂວງໃນການສົ່ງເສີມການຮ່ວມມືດ້ານວິຊາການ ກັບພາກສ່ວນອື່ນໆທັງພາຍໃນພາກພື້ນເອີຣົບ ແລະ ປະເທດອື່ນໆ, ເຮັດວຽກຮ່ວມກັບສະຖາບັນການສຶກສາຊັ້ນສູງໃນພາກພື້ນອາຊີ (ເຂົ້າຮ່ວມໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການສຶກສາຊັ້ນສູງ ຈໍານວນ 5 ໂຄງການ: ECOMARINE, ASTRA, INTEGRA, INNO4Tourism ແລະ SustainaBlue). ນອກຈາກນີ້, Symplexis ຍັງເຮັດວຽກສົ່ງເສີມການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ທັງໃນຮູບແບບການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ຍົກລະດັບຄວາມຮັບຮູ້ໃຫ້ກັບປະຊາຊົນທົ່ວໄປ/ຊຸມຊົນໃນທ້ອງຖີ່ນຕ່າງໆ.
Facebook
X (Twitter)
LinkedIn
Scroll to Top