ວິຊາທີ່ພັດທະນາຂື້ນພາຍໃຕ້ໂຄງການນີ້ຈະຖືກບັນຈຸເຂົ້າໃນຫຼັກສູດການສຶກສາຂອງທັງໝົດ 6 ມະຫາວິທະຍາໄລໃນພາກພື້ນອາຊີ ໃນຮູບແບບເປັນວິຊາເລືອກ (elective course) ທີ່ເປີດໃຫ້ນັກສຶກສາໃນມະຫາວິທະຍາໄລທີ່ິເປັນຄູ່ມືຂອງໂຄງການໄດ້ຮຽນຮູ້ ແລະ ເປີດໃຫ້ນັກສຶກສາຈາກ ມະຫາວິທະຍາໄລອື່ນໆໄດ້ເຂົ້າຮຽນໃນຮູບແບບ MOCC (Massive Open Online Courses). ລາຍວິຊາດັ່ງກ່າວຈະຖືກທົດລອງສອນເປັນໄລຍະເວລາ 12 ເດືອນ ໂດຍມີນັກສຶກສາເຂົ້າຮຽນທັງໝົດ 480 ຄົນ.
ໃນໄລຍະການທົດລອງສອນ, ມະຫາວິທະຍາໄລທັງ 6 ແຫ່ງຍັງຈະໄດ້ຈັດໂຄງການຝຶກງານ (placements/internships) ເພື່ອໃຫ້ນັກສຶກສາໄດ້ລົງຝຶກງານຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະເວລາ 3-6 ເດືອນ. ນັກສຶກສາທັງໝົດ 125 ຄົນ ຈະໄດ້ລົງຝຶກງານ, ໃນນັ້ນ 40 ຄົນ ແມ່ນນັກສຶກສາໄທ, 50 ຄົນ ແມ່ນນັກສຶກສາຈີນ ແລະ 35 ຄົນ ແມ່ນນັກສຶກສາລາວ.
ນອກຈາກນັກສຶກສາແລ້ວ, ວິຊາດັ່ງກ່າວນີ້ຍັງຈະເປີດໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ຢູ່ໃນ 3 ປະເທດ (ໄທ, ສປປ ລາວ, ສປ ຈີນ) ສາມາດສົ່ງພະນັກງານຂອງຕົນເຂົ້າຮຽນຜ່ານທາງອອນລາຍ (MOOC). ຄາດວ່າຈະມີຫົວໜ່ວທຸລະກິດເຂົ້າຮ່ວມທັງໝົດ 60 ຫົວໜ່ວຍ ແລະ ມີພະນັກງານຂອງເຂົາເຈົ້າເຂົ້າຮ່ວມທັງໝົດ 170 ຄົນ ຈາກປະເທດໄທ, ສປປ ລາວ ແລະ ສປ ຈີນ.
ຄະນະຮັບຜິດຊອບໂຄງການ ຈະດໍາເນີນການຄົ້ນຄວ້າວິໄຈແບບລົງເລີກ ໂດຍເນັ້ນການຊອກຫາຊ່ອງຫວ່າງດ້ານຄວາມຮູ້ ແລະ ທັກສະ ລວມເຖິງຄວາມຕ້ອງການແຮງງານດ້ານການທ່ອງທ່ຽວຢູ່ບັນດາປະເທດກຸ່ມເປົ້າໝາຍຄື: ປະເທດໄທ, ສປປ ລາວ ແລະ ສປ ຈີນ.
ອີງຕາມການປະເມີນຄວາມຕ້ອງການທັກສະ ແລະ ແລກປ່ຽນບົດຮຽນກັບບັນດາຄູ່ຮ່ວມມືຈາກສະຫາພາບເອີຣົບ, ຄະນະຮັບຜິດຊອບໂຄງການຈະສ້າງແຜນພັດທະນາສໍາລັບການຈັດຕັ້ງປະຕິບັດ (Blueprint) ທົດລອງສອນວິຊາກ່ຽວການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ ໃນລັກສະນະເປັນວິຊາເລືອກ ຫຼື ບໍ່ເປັນວິຊາບັງຄັບໃນຫຼັກສູດ (non-degree courses) ໃຫ້ແກ່ນັກສຶກສາກຸ່ມເປົ້າໝາຍ ແລະ ຝຶກອົບຮົມໃຫ້ບັນດາອາຈານທີ່ຢູ່ໃນກຸ່ມເປົ້າໝາຍໃຫ້ເຂົ້າເຖິງແຫຼ່ງຄວາມຮູ້ດ້ານການຈັດການສິ່ງເສດເຫຼືອ. 4 ວິຊາທີ່ຈະພັດທະນາຂື້ນ ແລະ ທົດລອງສອນ ພາຍໃຕ້ໂຄງການນີ້ປະກອບມີ:
ວິຊາເຫຼົ່ານີ້ຈະຈັດເກັບໄວ້ໃນເວັບໄຊສ໌ຂອງໂຄງການ/ມະຫາວິທະຍາໄລເພື່ອໃຫ້ສາມາດຮຽນຜ່ານທາງອອນລາຍໄດ້. ຫຼັງຈາກເນື້ອໃນຫຼັກສູດຖືກຮັບຮອງ, ບັນດາອາຈານຢູ່ໃນມະຫາວິທະຍາຄູ່ຮ່ວມມືຈາກພາກພື້ນອາຊີ ຈະໄດ້ຮັບການຝຶກອົບຮົມກ່ຽວກັບວິຊາເຫຼົ່ານີ້ ລວມເຖິງວິທີການສິດສອນວິຊາເຫຼົ່ານີ້ໃຫ້ແກ່ນັກສຶກສາ.