ພາບລວມຂອງໂຄງການ
ບົດລາຍງານການປະເມີນຄວາມຕ້ອງການຄວາມຮູ້ ແລະ ທັກສະ ສໍາລັບການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ (Zero-waste Tourism) ຢູ່ ປະເທດໄທ, ສປປ ລາວ ແລະ ສປ ຈີນ ຈໍານວນ 1 ສະບັບ
ພາບລວມຂອງໂຄງການ
ວິຊາເລືອກ (elective course) ກ່ຽວກັບການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ ຈໍານວນ 4 ວິຊາ
ພາບລວມຂອງໂຄງການ
ອາຈານຈໍານວນ 60 ທ່ານ ໄດ້ຮັບການຝຶກອົບຮົມ
ພາບລວມຂອງໂຄງການ
ນັກສຶກສາຈໍານວນ 500 ຄົນ ໃນປະເທດໄທ, ສປປ ລາວ ແລະ ສປ ຈີນ ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆຂອງໂຄງການ
ພາບລວມຂອງໂຄງການ
ນັກສຶກສາຈໍານວນ 125 ຄົນ ໄດ້ເຂົ້າຮ່ວມການຝຶກງານ
ພາບລວມຂອງໂຄງການ
ທຸລະກິດການທ່ອງທ່ຽວຈໍານວນ 60 ຫົວໜ່ວຍ ແລະ ຜູ້ປະກອບວິຊາຊີບດ້ານການທ່ອງທ່ຽວຈໍານວນ 170 ທ່ານ ໄດ້ຮັບການຝຶກອົບຮົມ
Tourism-Zero Partners
The project partners of the consortium come from Thailand, Laos, China, Spain, and Greece
ໂຄງການ Tourism-Zero ແມ່ນຫຍັງ?
Tourism-Zero is an ambitious international project funded by the Erasmus+ Capacity Building in the field of Higher Education programme, lasting 3 years and involving partners and Higher Education institutions from Thailand, Laos, China, Greece and Spain.
ໂຄງການ Tourism-Zero ມີເປົ້າໝາຍສະໜັບສະໜູນສະຖາບັນການສຶກສາຊັ້ນສູງ 6 ແຫ່ງ: 2 ແຫ່ງ ຢູ່ ປະເທດໄທ (ມະຫາວິທະຍາໄລຊຽງໃໝ່, ມະຫາວິທະຍາໄລສົງຂານະຄະລິນ), 2 ແຫ່ງ ຢູ່ ສປປ ລາວ (ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ) ແລະ 2 ແຫ່ງ ຢູ່ ສປ ຈີນ (ມະຫາວິທະຍາໄລເຊິງຕູ່, ມະຫາວິທະຍາໄລຢູນນານ) ຍົກລະດັບຄຸນະພາບ ແລະ ຄວາມສອດຄ່ອງຂອງຫຼັກສູດການສຶກສາ ເພື່ອໃຫ້ສາມາດຮັບມືກັບສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານເພື່ອຮັບປະກັນການຈັດການດ້ານການທ່ອງທ່ຽວແບບຍືນຍົງ ຫຼື ການຈັດການສິ່ງເສດເຫຼືອໃຫ້ກາຍເປັນສູນໃນຂະແໜງການທ່ອງທ່ຽວ.
ລາຍລະອຽດກ່ຽວກັບການດໍາເນີນໂຄງການ:
- ປະເມີນແນວທາງການຈັດຕັ້ງປະຕິບັດ, ຄວາມຕ້ອງການ, ຊ່ອງຫວ່າງດ້ານຄວາມຮູ້ ແລະ ທັກສະ ກ່ຽວກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນ (zero-waste management) ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ
- ພັດທະນາວິຊາສອນກ່ຽວກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນ ເພື່ອການດໍາເນີນທຸລະກິດການທ່ອງທ່ຽວແບບຍືນຍົງ
- ປັບປຸງຫຼັກສູດການສຶກສາ ພາຍໃນພາກວິຊາການທ່ອງທ່ຽວ ແລະ ການບໍລິການ (ລວມທັງພາກວິຊາອື່ນໆທີ່ກ່ຽວຂ້ອງ) ຢູ່ໃນສະຖາບັນການສຶກສາຊັ້ນສູງ ໃຫ້ມີຄວາມທັນສະໄໝ ແລະ ເນັ້ນໜັກດ້ານນະວັດຕະກໍາໃນການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ.
- ເສີມສ້າງທັກສະຂອງອາຈານສອນ ກ່ຽວກັບການຈັດການສິ່ງເສດເຫຼືອເປັນສູນໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ
- ຍົກລະດັບທັກສະຂອງນັກສຶກສາທີ່ຈະເປັນກໍາລັງແຮງງານໃນອະນາຄົດ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມສາມາດໃນການຈັດການສິ່ງເສດເຫຼືອເປັນສູນ
- ເພີ່ມໂອກາດໃນການຍົກລະດັບ/ພັດທະນາທັກສະການເຮັດວຽກຂອງກໍາລັງແຮງງານໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການຈັດການສິ່ງເສດເຫຼືອໃນຍຸກໃໝ່
- ຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງການປະຕິບັດ ແລະ ອາຊີບ ທີ່ກ່ຽວຂ້ອງກັບການຈັດການສິ່ງເສດເຫຼືອໃຫ້ເປັນສູນໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ












